ລາວກໍານົດ 3 ຄາດໝາຍໃຫຍ່ຍູ້ການປະຕິບັດວິໄສທັດພັດທະນາປະເທດຮອດປີ 2030
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-06-28 06:41:07 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 0000-00-00 00:00:00
ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 20-22 ເມສາ 2016, ໄດ້ຮັບຮອງເອົາຫລາຍບັນຫາສໍາຄັນພື້ນຖານຂອງຊາດ, ຊຶ່ງໜຶ່ງໃນນັ້ນກໍແມ່ນການຮັບຮອງເອົາວິໄສທັດການພັດທະນາປະເທດແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດການພັດທະນາຮອດປີ2025 ທີ່ສະເໜີໂດຍນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ມີເນື້ອໃນສໍາຄັນຄື:ແຕ່ນີ້ເຖິງປີ 2030 ຕ້ອງພັດທະ ນາຕົນເອງໃຫ້ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງຫາສູງຕາມທິດເສດຖະກິດສີຂຽວຍືນຍົງ, ລາຍຮັບສະເລ່ຍຕໍ່ຄົນໃຫ້ເພີ່ມຂຶ້ນ 4 ເທົ່າທຽບກັບປີ 2015, ຫັນເປັນອຸດສະຫະກໍາທັນສະໄໝເພື່ອເປັນພື້ນຖານໃຫ້ເສດຖະກິດເຂົ້ມແຂງ,ສ່ວນຍຸດທະສາດການພັດທະນາຮອດປີ 2025ຕ້ອງເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວດ້ວຍຄວາມໜັກແໜ້ນເຂັ້ມແຂງ ເພື່ອສ້າງປະຖົມປັດໃຈກ້າວຂຶ້ນສູ່ການເປັນປະເທດທີ່ມີລາຍຮັບປານກາງຫາສູງ, ລາຍຮັບສະເລ່ຍຕໍ່ຄົນໃຫ້ເພີ່ມຂຶ້ນ 2 ເທົ່າທຽບໃສ່ປີ 2015, ມີຊັບພະຍາກອນມະນຸດ ແລະ ກໍາລັງແຮງງານທີ່ມີ
ຄຸນນະພາບສູງ,ສາມາດແຂ່ງຂັນໃນຂະບວນການເຊື່ອມໂຍງຂອງພາກພື້ນ ແລະ ສາກົນ, ດັ່ງນັ້ນເພື່ອໃຫ້ບັນລຸໂຕເລກຄາດ ໝາຍດັ່ງກ່າວລັດຖະບານຈຶ່ງໄດ້ກໍານົດ 3 ຄາດໝາຍໃຫຍ່ຄື: (1) ສືບຕໍ່ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໂຕຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດູນ.(2) ພັດທະນາຊັບພະຍາກອນມະນຸດ, ວັດທະນາທໍາ-ສັງຄົມໃຫ້ມີຄຸນນະພາບ,ແກ້ໄຂຄວາມທຸກຍາກໃຫ້ເປັນຮູບປະທໍາ, ສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍຢ່າງທົ່ວເຖິງ ແລະ (3) ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນຕາມທິດສີຂຽວຍືນຍົງ,ກຽມພ້ອມຮັບມືກັບໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດທີ່ອາດເກີດຂຶ້ນຢ່າງມີປະສິດທິຜົນ, ຊຶ່ງໃນ3 ຄາດໝາຍນີ້ໄດ້ມີ 20 ແຜນງານ ແລະ ວຽກງານຈຸດສຸມປີ່ນອ້ອມທີ່ພົວພັນກັບຫລາຍຂະແໜງການເຊັ່ນ: ເພີ່ມທະວີປະ ສິດທິພາບການຄຸ້ມຄອງບໍລິຫານລັດ, ສົ່ງເສີມຄວາມຮູ້ພູມປັນຍາ, ການຄົ້ນຄວ້າວິທະຍາສາດ, ການວິໃຈ, ການນໍາໃຊ້ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສື່ສານ, ການສົ່ງເສີມເພດຍິງ, ເຍົາວະຊົນ ແລະ ຊາວໜຸ່ມໃຫ້ມີຄວາມກ້າວໜ້າ ແລະ ມີຄວາມຮູ້ຄວາມສາມາດທຽບທັນສາກົນ.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ການກຳນົດທິດທາງການພັດທະນາປະ ເທດຄືດັ່ງກ່າວນັ້ນແມ່ນສິ່ງທ້າທາຍໃຫຍ່ຫລວງ, ແຕ່ມັນແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໃສຂອງປະເທດເຮົາ, ຊຶ່ງມັນຮຽກຮ້ອງໃຫ້ພວກເຮົາຕ້ອງມີຈິດໃຈ ແລະ ການກະທໍາທີ່ເດັດດ່ຽວໜຽວແໜ້ນ, ເປັນເອກະພາບສູງ, ມີຈິດໃຈບຸກທະລຸຢ່າງແທ້ຈິງ ແລະ ຕ້ອງປະປ່ອຍແນວຄິດການພັດທະ ນາທີ່ຢໍ້າເທົ້າ ແລະ ອັນສໍາຄັນກ່ອນອື່ນໝົດແມ່ນພວກເຮົາຕ້ອງພ້ອມກັນປະຕິບັດມະຕິ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ໃຫ້ມີຜົນສໍາເລັດເປັນຢ່າງດີ ເພື່ອສືບຕໍ່ນໍາເອົາປະເທດຊາດໄປສູ່ຈຸດໝາຍທີ່ວາງໄວ້ໃຫ້ສຳເລັດ.
ຂ່າວຈາກ: ລາວພັດທະນາ / 25/04/2016
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

