ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ VIII
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2026-06-28 06:28:14
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດລາວ ຊຸດທີ VIII ໄດ້ປິດລົງ ຢ່າງຈົບງາມ
ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ສຳເລັດລົງຢ່າງຈົບງາມ, ວັນທີ 18 ພະຈິກ 2016, ທີ່ຫໍສະພາແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ເປັນການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາທ່ານອາວຸໂສ-ອະດີດການນຳພັກລັດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ແລະ ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ.
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນເວລາ 20 ວັນ(24 ຕຸລາ ຫາ 18 ພະຈິກ ), ໃນກອງປະຊຸມໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຂອງຊາດຄື: 1: ກອງປະຊຸມໄດ້ຮັບເອົາທ່ານ ພັອ. ອິນໂຮມ ຈັນເສນາ ເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 13 ແຂວງສະຫວັນນະເຂດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ; 2: ຮັບຮອງເອົາການສະເໜີດັດແກ້ຕົວເລກມະຫາພາກແຜນ 4 ປີ (2017-2020) ກ່ຽວກັບແຜນພັດທະນາເສດຖະກິດ-ສົງຄົມ, ແຜນງົບປະມານ ແລະ ແຜນເງິນຕາ, ການຈັດຕັ້ງປະຕິບັດແຜນປະຈຳສົກປີ 2015-2016 ແລະ ແຜນປະຈຳປີ 2017 ຕາມການສະເໜີຂອງລັດຖະບານ. 3: ຮັບຮອງເອົາບົດລາຍງານການແກ້ໄຂຜົນການກວດສອບສົກປີ 2013-2014, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2014-2015 ແລະ ບົດສະຫຼຸບການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ປະຈຳສົກປີ 2015-2016 ແລະ ແຜນປີ 2017, 4: ຮັບຮອງເອົາບົດລາຍງານການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການອອກນິຕິກຳລຸ່ມກົດໝາຍຂອງອົງການອຳນາດລັດ ແລະ ການຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກການນຳໃຊ້ສານເຄມີອັນຕະລາຍເກີນຄ່າມາດຕະຖານ; 5: ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2011-2015), ວຽກງານປະຈຳປີ 2016 ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2016-2020), ວຽກງານຈຸດສຸມປີ 2017 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ; 6 ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໃນ 6 ເດືອນທ້າຍປີ 2016 ແລະ ທິດທາງແຜນການປີ 2017.
ພ້ອມນີ້ກອງປະຊຸມຍັງໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາກົດໝາຍຈຳນວນ 15 ສະບັບ ໃນນັ້ນ; ກົດໝາຍສ້າງໃໝ່ 2 ສະບັບຄື: ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ແລະ ກົດໝາຍວ່າດ້ວຍເຕັກໂນໂລຊີ, ການສື່ສານ, ຂໍ້ມູນ-ຂ່າວສານ; ກົດໝາຍປັບປຸງ 12 ສະບັບມີ: 1: ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍ ຖະນາຍຄວາມ; ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ; ກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ; ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍສື່ມວນຊົນ; ກົດໝາຍວ່າດ້ວຍລັດຖະບານ; ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ; ກົດໝາຍວ່າດ້ວຍການຕິດຕາມກວດກາສະພາແຫ່ງຊາດ ແລະ ສານປະຊາຊົນຂັ້ນແຂວງ; ກົດໝາຍວ່າດ້ວຍສະພາແຫ່ງຊາດ; ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ.
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



