ຈະສ້າງ ແລະ ປັບປຸງກົດໝາຍ 90 ສະບັບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-06-28 04:06:57
ຈະສ້າງ ແລະ ປັບປຸງກົດໝາຍ 90 ສະບັບ
………………………………………………………………………….
(ສພຊ) - ວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນຕອນບ່າຍວັນທີ 26 ມີນາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ແຕ່ປີ 2026-2030 ຂອງ ສພຊ ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າການນຳສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ, ຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານ ໄດ້ເປັນເອກະພາບກໍານົດຮ່າງກົດໝາຍໃນຂົງເຂດຕ່າງໆເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ X ຈຳນວນ 90 ສະບັບ ໃນນັ້ນ ສ້າງໃໝ່ 19 ສະບັບ, ປັບປຸງ 71 ສະບັບ ທີ່ຈັດແບ່ງໃສ່ແຕ່ລະຂົງເຂດດັ່ງນີ້:
- ຂົງເຂດການປົກຄອງ ແລະ ຍຸຕິທຳ ມີ 10 ສະບັບ: ສ້າງໃໝ່ 4 ສະບັບ, ປັບປຸງ 6 ສະບັບ;
- ຂົງເຂດເສດຖະກິດ ມີ 49 ສະບັບ: ສ້າງໃໝ່ 11 ສະບັບ, ປັບປຸງ 38 ສະບັບ;
- ຂົງເຂດວັດທະນະທຳ-ສັງຄົມ ມີ 25 ສະບັບ: ສ້າງໃໝ່ 3 ສະບັບ, ປັບປຸງ 22 ສະບັບ;
- ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 6 ສະບັບ: ສ້າງໃໝ່ 1 ສະບັບ, ປັບປຸງ 5 ສະບັບ.
ແຫຼ່ງ: ຂ່າວ ຜູ້ແທນປະຊາຊົນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

