4 ຄາດໝາຍສູ້ຊົນຂອງອົງການກວດກາແຫ່ງລັດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-06-28 04:13:23
4 ຄາດໝາຍສູ້ຊົນຂອງອົງການກວດກາແຫ່ງລັດ
……………………………………………………………………….
(ສພຊ) - ຕອນບ່າຍວັນທີ 25 ມີນາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຫຍໍ້ທິດທາງວຽກງານ 5 ປີ (2026-2030) ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງມີຄາດໝາຍສູ້ຊົນ 4 ດ້ານ ຄື:
1. ການເສີມສ້າງລະບົບກວດກາ: ສືບຕໍ່ປັບປຸງ ແລະ ພັດທະນາກົນໄກການກວດກາ ໃຫ້ຄົບຖ້ວນ ແລະ ທັນສະໄໝ ໂດຍການປັບປຸງກົດໝາຍ, ລະບຽບ ແລະ ຂໍ້ກໍານົດຕ່າງໆ ໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ໃຫ້ວຽກງານກວດກາເປັນກົນໄກສໍາຄັນໃນການຄຸ້ມຄອງລັດ ໃຫ້ໂປ່ງໃສມີປະສິດທິພາບ.
2. ການຍົກສູງປະສິດທິຜົນຂອງວຽກງານກວດກາ:
- ການກວດກາໃຫ້ຄວບຄຸມໃນທຸກຂົງເຂດວຽກງານການຄຸ້ມຄອງບໍລິຫານລັດທຸກຂັ້ນ;
- ຕິດຕາມກວດກາຄວາມຮັບຜິດຊອບການເມືອງ ຫຼື ການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ກວດກາການນໍາໃຊ້ສິດອໍານາດຂອງຜູ້ນໍາພາ ແລະ ຄຸ້ມຄອງບໍລິຫານລັດທຸກຂັ້ນ ດ້ວຍການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ;
- ເນັ້ນການກວດກາໃຫ້ເຂົ້າສູ່ລວງເລິກ, ກວດກາຂົງເຂດສໍາຄັນ, ຂົງເຂດທີ່ມີຄວາມສ່ຽງ ເຊັ່ນ: ໂຄງການພັດທະນາຂອງລັດໃນຂົງເຂດຕ່າງໆ, ການຄຸ້ມຄອງ ແລະ ນໍາໃຊ້ຊັບສິນສາທາລະນະ, ການຄຸ້ມຄອງການເງິນ ແລະ ການນໍາໃຊ້ງົບປະມານ;
- ແກ້ໄຂຜົນຂອງການກວດກາໃຫ້ວ່ອງໄວຖືກຕ້ອງຕາມລະບຽບກົດໝາຍ, ເກັບກູ້ເອົາຊັບສິນ ແລະ ງົບປະມານທີ່ຕົກເຮ່ຍເສຍຫາຍ ເຂົ້າງົບປະມານຂອງລັດ.
3. ການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ:
- ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ຂໍ້ກໍານົດ, ລະບຽບການຕ່າງໆ ເພື່ອປູກຈິດສໍານຶກໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຂົ້າໃຈເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ເຂົ້າຮ່ວມໃນຂະບວນການຕ້ານການສໍ້ລາດບັງຫຼວງໃຫ້ກວ້າງຂວາງ;
- ເຜີຍແຜ່ໃຫ້ການຈັດຕັ້ງ, ປະຊາຊົນ ແລະ ສັງຄົມ ຮັບຊາບຜົນຂອງການກວດກາຕາມຄວາມເໝາະສົມ;
- ສ້າງເງື່ອນໄຂໃຫ້ທຸກການຈັດຕັ້ງ, ສະມາຊິກພັກ, ພະນັກງານ, ສື່ມວນຊົນ ແລະ ປະຊາຊົນ ເຂົ້າຮ່ວມວຽກງານຕິດຕາມ, ກວດກາຢ່າງຕັ້ງໜ້າ.
4. ການພັດທະນາຄະນະກວດກາ ແລະ ພະນັກງານກວດກາ:
- ພັດທະນາວຽກງານກວດກາໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະ ມີປະສິດທິຜົນ;
- ຍົກລະດັບຄຸນນະພາບຂອງພະນັກງານກວດກາ ດ້ວຍການເຝິກອົບຮົມ, ພັດທະນາທັກສະວິຊາການ, ຄວາມເປັນມືອາຊີບ;
- ສ້າງໃຫ້ມີຈັນຍາບັນ, ຈັນຍາທໍາ, ມີວິໄນສູງ, ບໍ່ສວຍໃຊ້ໜ້າທີ່ໃນທາງທີ່ບໍ່ຖືກຕ້ອງໃນການປະຕິບັດໜ້າທີ່ວຽກງານ;
- ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານກວດກາ, ຄຸ້ມຄອງຂໍ້ມູນຫຼັກຖານຜົນຂອງການກວດກາ ເພື່ອໃຫ້ມີຄວາມຊັດເຈນແມ່ນຢໍາ.
ແຫຼ່ງ: ຂ່າວ ຜູ້ແທນປະຊາຊົນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

