ມອບ-ຮັບໜ້າທີ່ປະທານກຳມາທິການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-06-28 04:07:34
ມອບ-ຮັບໜ້າທີ່ປະທານກຳມາທິການ
……………………………………………………………………..
(ສພຊ) - ຕອນແລງວັນທີ 25 ມີນາຜ່ານມາ ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ກັບ ທ່ານ ຈັນທະບູນ ສຸກອາລຸນ ປະທານກຳມາທິການເສດຖະກິດ ແລະ ການເງິນ ຂອງສະພາແຫ່ງຊາດ ຊຸດທີ X ໂດຍມີທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປລາວ ສະບັບເລກທີ 021/ປປທ, ລົງວັນທີ 16 ກຸມພາ 2026 ວ່າດ້ວຍການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປລາວ ສະບັບເລກທີ 038/ປປທ, ລົງວັນທີ 16 ມີນາ 2026 ວ່າດ້ວຍການແຕ່ງຕັ້ງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ຜົນການຮັບຮອງເອົາການເລືອກຕັ້ງປະທານກຳມາທິການ ກໍຄືກຳມະການຄະນະປະຈຳສະພາແຫ່ງຊາດ ຊຸດທີ X ຄັ້ງວັນທີ 23 ມີນາ 2026; ຫຼັງຈາກນັ້ນ, ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງປະທານກຳມາທິການຜູ້ເກົ່າ ແລະ ຜູ້ໃໝ່.
ໃນຕອນທ້າຍ, ທ່ານ ວິໄລວົງ ບຸດດາຄຳ ມີຄຳເຫັນວ່າ: ການມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນການສືບຕໍ່ປັບປຸງສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງສໍາຄັນຂອງກົງຈັກລັດ ເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ຮັບຮອງເອົາການແຕ່ງຕັ້ງຜ່ານມານີ້ ເຂົ້າໃນການເຄື່ອນໄຫວວຽກງານຂອງກົງຈັກລັດ ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃຫ້ໄດ້ຮັບຜົນສໍາເລັດ, ນໍາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ; ພ້ອມນັ້ນ, ທ່ານຍັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຜົນສໍາເລັດທີ່ທັງສອງກຳມາທິການຂອງ ສພຊ ຊຸດທີ IX ຍາດມາໄດ້ໃນໄລຍະ 5 ປີຜ່ານມາ.
ແຫຼ່ງ: ຂ່າວຜູ້ແທນປະຊາຊົນ, ນາງ ສຸພາວັນ ຫອມສະນິດ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


