ກຳມາທິການວຽກງານພາຍໃນໄອປາ ຫາລືຮ່າງມະຕິ 16 ສະບັບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-06-28 06:37:53
ກອງປະຊຸມກຳມາທິການວຽກງານພາຍໃນໄອປາ ໄດ້ຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ໄອປາ (AIPA) ຄັ້ງທີ 45 ໃນວັນທີ 20 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ; ມີສະມາຊິກລັດຖະສະພາ ຈາກບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຮ່າງມະຕິຈຳນວນ 16 ສະບັບໃນຂົງເຂດວຽກງານຈັດຕັ້ງພາຍໃນໄອປາຄື: 1. ຮ່າງມະຕິວ່າດ້ວຍບົດລາຍງານການກວດສອບການເງິນ ສົກປີ 2023-2024; 2. ຮ່າງມະຕິວ່າດ້ວຍແຜນສະເໜີງົບປະມານຂອງກອງເລຂາໄອປາ ໄລຍະວັນທີ 1 ສິງຫາ 2024 ຫາ 31 ກໍລະກົດ 2025; 3. ຮ່າງມະຕິວ່າດ້ວຍການຈັດສັນເງິນພັນທະໃນການປະກອບສ່ວນຂອງລັດຖະສະພາສັງເກດການໄອປາ; 4. ຮ່າງມະຕິວ່າດ້ວຍການປັບປຸງທຳມະນູນໄອປາ; 5. ຮ່າງມະຕິວ່າດ້ວຍການຮັບຮອງເອົາຄໍາແນະນຳ ແລະ ຂັ້ນຕອນການພົວພັນລະຫວ່າງໄອປາກັບພາກສ່ວນພາຍນອກ; 6. ຮ່າງມະຕິວ່າດ້ວຍການຮັບຮອງເອົາລະບຽບເງື່ອນໄຂ (TOR) ແລະ ກອບແນວຄວາມຄິດ (Concept Note) ກ່ຽວກັບຫໍສະໝຸດກົດໝາຍດີຈີຕອນ AIPA (AIPAlync); 7. ຮ່າງມະຕິວ່າດ້ວຍການສະເໜີບົດບັນທຶກຄວາມເຂົ້າໃຈລະຫວ່າງ AIPA ກັບອົງການລັດຖະສະພາສາກົນ/ສະມາ ຄົມ; 8. ຮ່າງມະຕິວ່າດ້ວຍການສະເໜີບົດບັນທຶກຄວາມເຂົ້າໃຈລະຫວ່າງ AIPA ກັບຄູ່ຮ່ວມມືພັດທະນາ; 9. ຮ່າງມະຕິວ່າດ້ວຍການຮັບຮອງເອົາສະພາແຫ່ງຊາດ ຣາຊະອານາຈັກບາເຣນເຂົ້າເປັນຜູ້ສັງເກດການຂອງ AIPA; 10. ຮ່າງມະຕິວ່າດ້ວຍການຮັບຮອງເອົາສະພາແຫ່ງຊາດບູນເດັດສະຕາກ (Bundestag) ຂອງສະຫະພັນເຢຍລະມັນເຂົ້າເປັນຜູ້ສັງເກດການຂອງ AIP; 11. ຮ່າງມະຕິວ່າດ້ວຍການມອບລາງວັນຜູ້ທີ່ມີຜົນງານດີເດັ່ນຕໍ່ AIPA ໃຫ້ແກ່ທ່ານ ເປຮິນ ດາໂຕະ ຮາຈິ ຈູດິນ ຮາຈິ ອາຊາ ຈາກບຣູໄນ ດາຣູຊາລາມ; 12. ຮ່າງມະຕິວ່າດ້ວຍການມອບລາງວັນຜູ້ທີ່ມີຜົນ ງານດີເດັ່ນຕໍ່ AIPA ໃຫ້ແກ່ທ່ານ ຮູ ສະຣີ ຈາກຣາຊະອານາຈັກກຳປູເຈຍ; 13. ຮ່າງມະຕິວ່າດ້ວຍການມອບລາງ ວັນຜູ້ທີ່ມີຜົນງານດີເດັ່ນຕໍ່ AIPA ໃຫ້ແກ່ທ່ານນາງ ການຈະນາລັດ ຣີວິໂຣຈະນາ ຈາກຣາຊະອານາຈັກໄທ; 14. ຮ່າງມະຕິວ່າດ້ວຍການສະແດງຄວາມຊົມເຊີຍການບໍລິຫານງານຂອງທ່ານ ໄຊສົມພອນ ພົມວິຫານ ປະທານໄອປາ; 15. ຮ່າງມະຕິວ່າດ້ວຍການສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ລັດຖະບານຟີລິບປິນທີ່ໄດ້ສະໝັກໃຈປະກອບ ສ່ວນງົບປະມານຈໍານວນ 20,000 (ຊາວພັນໂດລາ) ໃຫ້ AIPA ໃນປີ 2024; 16. ຮ່າງມະຕິວ່າດ້ວຍວັນທີ ແລະ ສະຖານທີ່ຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 46.
ຂ່າວ: ຍຸພິນທອງ, ພາບ: ສຸຸກສະຫວັນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


