ຄະນະປະຈຳ ສພຊ ປະຊຸມຮ່ວມກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2026-06-28 06:34:19
ໃນຕອນບ່າຍວັນທີ 12 ພະຈິກ ນີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈໍາສະພາແຫ່ງຊາດ; ມີທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງແມ່ນເພື່ອສ້າງຄວາມເປັນເອກະພາບລະຫວ່າງຄະນະປະຈຳສະພາແຫ່ງຊາດ ກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນການແກ້ໄຂບັນຫາຕ່າງໆໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ; ປຶກສາຫາລື ແລະ ຮ່ວມກັນຊອກຫາວິທີແກ້ໄຂບັນຫາເຄັ່ງຮ້ອນຮີບດ່ວນທີ່ເກີດຂຶ້ນໃນສັງຄົມທີ່ພົວພັນກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ, ບັນຫາທີ່ພົວພັນກັບຄຳຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ທັງເປັນການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດຂັ້ນຕ່າງໆ.
ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ຕະຫຼອດໄລຍະປີ 2024 ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ໄດ້ມີຄວາມພະຍາຍາມ ແລະ ເປັນເຈົ້າການຈັດຕັ້ງປະຕິບັດພາລະບົດບາດຂອງຕົນໃນການຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 115 ແລະ 116 ລວມທັງໄດ້ເພີ່ມທະວີປະຕິບັດກົນໄກປະສານງານກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາລະຫວ່າງກໍາມາທິການຍຸຕິທໍາ ກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ການພິຈາລະນາຕັດສິນຄະດີ ທັງທາງແພ່ງ ແລະ ທາງອາຍາ ເຮັດໃຫ້ການແກ້ໄຂຂໍ້ຂັດແຍ່ງໃນສັງຄົມ ມີຄວາມເປັນທໍາຕາມກົດໝາຍ, ໄດ້ກໍານົດທິດທາງກ່ຽວກັບການສ້າງຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ການຕັດສິນ-ພິພາກສາຄະດີ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ຖືກຕາມຄວາມເປັນຈິງ, ສູ້ຊົນຈັດຕັ້ງປະຕິບັດຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ໃຫ້ສິ້ນສຸດຕາມກົດໝາຍ; ການຈັດຕັ້ງປະຕິບັດວຽກງານດໍາເນີນຄະດີຕາມຂະບວນຍຸຕິທໍາໃນໄລຍະຜ່ານມາ ເຖິງວ່າໄດ້ຮັບຜົນສໍາເລັດຫຼາຍດ້ານ ແຕ່ກໍຫຼີກລ່ຽງບໍ່ໄດ້ບາງຂໍ້ຫຍຸ້ງຍາກ, ບາງບັນຫາ ແລະ ສິ່ງທ້າທາຍ. ເພື່ອຍົກສູງຄວາມຮັບຜິດຊອບຕໍ່ສູນກາງພັກ, ສະພາແຫ່ງຊາດ ໃນຖານະເປັນອົງການນິຕິບັນຍັດ ທັງເປັນອົງການຕິດຕາມຊຸກຍູ້ການເຄື່ອນໄຫວຂອງສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ຈຶ່ງໄດ້ດໍາເນີນກອງປະຊຸມຮ່ວມຄັ້ງນີ້ ເພື່ອປຶກສາຫາລືການແກ້ໄຂບັນຫາຫຍຸ້ງຍາກໃນຕໍ່ໜ້າໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ; ບັນດາເນື້ອໃນທີ່ນໍາມາພິຈາລະນາ ລ້ວນແຕ່ເປັນວຽກງານທີ່ມີຄວາມສໍາຄັນ ຕິດພັນກັບສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ທັງສອດຄ່ອງກັບກົດໝາຍ ແລະ ຄວາມເປັນຈິງ.
ກອງປະຊຸມໄດ້ຮັບຟັງລາຍງານການສະຫຼຸບຕີລາຄາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ສະບັບເລກທີ 115/ສພຊ ແລະ 116/ສພຊ, ລົງວັນທີ 21 ພະຈິກ 2023 ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ; ກົນໄກການປະສານງານກ່ຽວກັບການແກ້ໄຂຄຳຮ້ອງຂໍຄວາມເປັນທຳ ລະຫວ່າງກຳມາທິການຍຸຕິທຳ ກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໃນໄລຍະຜ່ານມາມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊີດຊູຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນໃສ່ບັນດາເນື້ອໃນທີ່ນໍາມາພິຈາລະນາ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ນາງ ອາລິນ ສຸພິມມະປະດິດ ສພຊ)
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ



