ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2026-06-28 06:38:25
ຂປລ. ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນແຕ່ວັນທີ 20-23 ເມສາ 2016 ທີ່ນະຄອນຫລວງວຽງຈັນ, ໂດຍຈະມີການພິຈາລະນາຕັດສິນ ແລະ ຮັບຮອງຫລາຍບັນຫາສຳຄັນພື້ນຖານຂອງຊາດ ເປັນຕົ້ນແມ່ນໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ, ການເລືອກຕັ້ງປະທານປະເທດ ແລະ ຮອງປະທານປະເທດ, ການເລືອກຕັ້ງນາຍົກລັດຖະມົນຕີ, ໂຄງປະກອບການຈັດຕັ້ງຂອງລັດຖະບານ ແລະ ການສະເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະລັດຖະບານຊຸດໃໝ່.
ທີ່ປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດ, ຮັບຟັງການລາຍງານການເຄື່ອນໄຫວປະຕິບັດໜ້າທີ່ໄລຍະ 5 ປີຜ່ານມາ ຂອງຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດ. ກອງປະຊຸມ ຍັງຈະໄດ້ຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດ–ສັງຄົມ 5 ປີ ຄັ້ງທີ III 2016-2020, ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ແລະ ທິດທາງແຜນການ 5 ປີ ຂອງສະພາແຫ່ງຊາດຊຸດທີ VIII, ລວມທັງແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຕະຫລອດອາຍຸການຂອງສະພາແຫ່ງຊາດຊຸດທີ VIII 2016-2020, ພິຈາລະນະຮັບຮອງເອົາມະຕິວ່າດ້ວຍວຽກງານສະພາແຫ່ງຊາດ ແລະ ມະຕິວ່າດ້ວຍວຽກງານລັດຖະບານ.
ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ພ້ອມທັງຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII, ສິ່ງສຳຄັນ ແລະ ມີຄວາມໝາຍສຳຄັນຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ທ່ານ ປອ. ກຸແກ້ວ ອັກຄະມຸນຕີ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 11 ເມສາ ນີ້ ພ້ອມທັງລະບຸວ່າ: ກອງປະຊຸມຄັ້ງປະຖົມມະລຶກຄັ້ງນີ້ ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດ, ທີ່ມີຄວາມໝາຍທາງດ້ານການເມືອງຢ່າງໜັກແໜ້ນ, ທັງຢັ້ງຢືນເຖິງຄວາມເປັນເອກະພາບ ແລະ ຄວາມເຊື່ອໝັ້ນຂອງປວງຊົນຕໍ່ການນຳພັກ–ລັດ ແລະ ແມ່ນໝາກຜົນຂອງການຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃໝ່ຮອບ ດ້ານທີ່ມີຫລັກການຂອງພັກ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດມະຕິ X ຂອງພັກ ເພື່ອປັບປຸງອຳນາດລັດ ປະຊາທິປະໄຕປະຊາຊົນ.
ແຫລ່ງຂ່າວ: ຂ່າວສານປະເທດລາວ / 18/04/2016
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

