ສະພາແຫ່ງຊາດ ສະເໜີ 6 ບັນຫາ ຕໍ່ລັດຖະບານໃນການແກ້ໄຂບັນຫາຢາເສບຕິດ ໃນຕໍ່ໜ້າ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2026-06-28 06:34:19
ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 20 ພະຈິກ 2024 ນີ້, ພາຍໃຕ້ການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາ ແຫ່ງຊາດ ຕາງໜ້າໃຫ້ຄະນະປະຈໍາສະ ພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດ ລາຍງານຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສະເໜີ 6 ບັນຫາ ຕໍ່ລັດຖະບານ ໃນການແກ້ໄຂບັນຫາຢາເສບຕິດ ໃນຕໍ່ໜ້າ.
ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ອີງຕາມມະຕິ ເລກທີ 110/ສພຊ ລົງວັນທີ 21 ພະຈິກ 2023 ໃນໄລຍະປີ 2024 ເຊີ່ງທ່ານໄດ້ເປັນເອກະ ພາບຕາມ ທິດທາງແຜນການຂອງລັດຖະບານ ແຕ່ຄະນະປະຈໍາສະພາແຫ່ງຊາດ ແລະ ມີບາງຄໍາເຫັນເພື່ອໃຫ້ລັດຖະບານພິຈາລະ ນາ ໃນການຈັດຕັ້ງປະຕິບັດ ໂດຍ 6 ບັນຫາ ຕໍ່ລັດຖະບານ ໃນການແກ້ໄຂບັນ ຫາຢາ ເສບຕິດ ໃນຕໍ່ໜ້ານີ້:
1. ສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄົ້ນຄວ້າວິເຄາະ, ວິໄຈ ບັນຫາທີ່ຍັງຄົງຄ້າງ, ເປັນອຸປະສັກ ແລະ ເປັນຂອດອຸດຕັນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນໄລຍະຜ່ານມາ ໃຫ້ຮູ້ສາເຫດຢ່າງລະອຽດ, ຈະແຈ້ງ ແລ້ວກໍານົດວິທີການ ແລະ ມາດຕະການແກ້ໄຂ ໃຫ້ບັນລຸໃນລະດັບທີ່ແນ່ນອນ ຈຶ່ງຈະສ້າງໄດ້ກຳລັງແຮງອັນແທ້ຈິງ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດມວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ນີ້ຫາປີ 2025 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
2. ສືບຕໍ່ໂຄສະນາສ້າງຄວາມຮັບຮູ້ທາງ ກ້ານກົດໝາຍ ແລະ ຜົນຮ້າຍ ຂອງບັນຫາຢາເສບຕິດ ໃຫ້ທົ່ວເຖິງທຸກເປົ້າໝາຍໃນສັງຄົມ ໂດຍສະເພາະ ແມ່ນບັນດາເປົ້າໝາຍທີ່ເປັນກຸ່ມສ່ຽງ, ບ່ອນຫ່າງໄກສອກຫຼີກ.
3. ກວດກາຄືນບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງ ອັນໃດບໍ່ທັນມີ ຫຼື ບໍ່ທັນສອດຄ່ອງ ໂດຍສະເພາະ ນິຕິກຳທີ່ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂທດຕໍ່ຜູ້ກະທຳຜິດ ກ່ຽສກັບຢາເສບຕິດທີ່ເກີດຂື້ນ, ຂຸ້ນຂ້ຽວສ້າງ ຫຼື ປັບປຸງໃຫ້ສໍາເລັດໂດຍໄວ ເພື່ອຮອງຮັບໃຫ້ແກ່ການຕັດສິນຄະດີ ໄປຕາມກົດໝາຍທີ່ກຳນົດໄວ້.
4. ເອົາໃຈໃສ່ປັບປຸງ ແລະ ເຝິກອົບຮົມທັກສະການເປັນມືອາຊີບ ໃຫ້ແກ່ກຳລັງ ປກສ ຫຼາຍຂັ້ນ ແລະ ເປັນປົກກະຕິ, ຕໍ່ເນື່ອງ ໂດຍສະເພາະແມ່ນ ປກສ ຂັ້ນເມືອງ, ຂັ້ນບ້ານ; ປະກອບງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ທີ່ຈໍາເປັນ ເພື່ອໃຫ້ເຂົາເຈົ້າສາມາດ ແລະ ເປັນເຈົ້າຕົນເອງ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວນການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂື້ນ,
5. ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ບໍ່ໃຫ້ລັກລອບປູກຝິ່ນ ແລະ ພືດທີ່ມີສານເສບຕິດ, ທັງຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫຼືອໃຫ້ເຂົາເຈົ້າໄດ້ ເຂົ້າຮ່ວມໂຄງການປູກພືດທົດແທນໃຫ້ຫຼາຍຂື້ນ ແລະ ຫັນເປັນອາຊີບແບບຖາ ວອນໝັ້ນຄົງ, ພ້ອມທັງຕິດຕາມກວດ ດຳເນີນມາດຕະການດ້ານກົດໝາຍ ຕໍ່ຜູ້ສະໜອງທຶນຢູ່ເບື້ອງຫຼັງ ຢ່າງເຂົ້ມງວດ.
6. ເພີ້ມທະວີຄວາມເປັນເຈົ້າການ ໃນການພົວພັນປະສານສົມທົບ ກັບບັນດາປະເທດໃກ້ຄຽງ ທີ່ມີຊາຍແດນຕິດຈອດກັບ ສປປ ລາວ ໂດຍສະເພາະແມ່ນປະເທດທີ່ຍັງມີພື້ນທີ່ ທີ່ມີຄວາມສ່ຽງໃນການຂົນສົ່ງ, ຄ້າ-ຂາຍ ແລະ ເປັນບ່ອນຜະລິດຢາເສບຕິດ ເພື່ອຊອກວິທີແກ້ໄຂຮ່ວມກັນໃຫ້ຫຼາຍຂື້ນ.
ແຫຼ່ງ: ໜັງສືພິມ ກອງທັບປະຊາຊົນ
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

