ຮອດປີ 2030 ສປປ ລາວ ຕ້ອງຮັບປະກັນ ໃຫ້ມີກົດໝາຍ ເປັນລະບົບຄົບຖ້ວນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2026-06-28 06:40:47
ຂປລ. ທ່ານ ສົມພັນ ແພງຄຳມີ ຮອງປະທານ ສະພາແຫ່ງຊາດ ກ່າວຕໍ່ກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ 8 ໃນຕອນເຊົ້າ ຂອງວັນທີ 22 ເມສາ ນີ້ ໂດຍລະບຸວ່າ: ຮອດປີ 2030 ສປປ ລາວ ຕ້ອງຮັບປະກັນ ໃຫ້ມີກົດໝາຍເປັນລະບົບຄົບຖ້ວນ ໃນທຸກຂະແໜງການ, ສິດທິຂອງພົນລະເມືອງ ຮັບປະກັນການຄຸ້ມຄອງ ຕາມກົດໝາຍທີ່ສັກສິດ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີ ເປັນປຶກແຜ່ນ, ສັງຄົມມີ ຄວາມສະຫງົບຍຸຕິທຳ, ມີປະຊາທິປະໄຕ ແລະ ສີວິໄລ.
ຮອງ ປະທານ ສະພາແຫ່ງຊາດ ຍັງໄດ້ຊີ້ໃຫ້ເຫັນ ຍຸດທະສາດຮອດປີ 2025 ກໍຄື ດ້ານນິຕິບັນຍັດ ສ້າງ ແລະ ປັບປຸງກົດໝາຍ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ສາມາດເຊື່ອມໂຍງ ເຂົ້າກັບພາກພື້ນ ແລະ ສາກົນ, ສິ່ງສຳຄັນ ຈະໄດ້ສ້າງກົດໝາຍໃໝ່ ໃຫ້ໄດ້ຢ່າງໜອ້ຍ 10 ສະບັບຕໍ່ປີ, ໃນນັ້ນ ຖືເອົາການສ້າງ ແລະ ປັບປຸງກົດໝາຍ ໃນຂົງເຂດເສດຖະກິດ ເປັນໃຈກາງ. ພ້ອມທັງ ປະເມີນຄວາມສອດຄ່ອງ ຂອງກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ໃນແຕ່ລະຂົງເຂດ, ແຕ່ລະໄລຍະ ເພື່ອຮັບປະກັນ ໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍທີ່ສັກສິດ ແລະ ແກ້ໄຂຊ່ອງຫວ່າງ ຂອງກົດໝາຍ ກັບຄວາມເປັນຈິງ ໃຫ້ເໝາະສົມ.
ສຳລັບ ບັນຫາສຳຄັນ ພື້ນຖານຂອງປະເທດ ທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ກົດໝາຍ ຕ້ອງຜ່ານ ການພິຈາລະນາ ແລະ ຮັບຮອງຈາກ ສະພາແຫ່ງຊາດ ແລະ ມີຜົນສັກສິດ ໃນການຈັດຕັ້ງປະຕິບັດ, ການຕົກລົງບັນຫາສຳຄັນ ພື້ນຖານຂອງຊາດ ຕ້ອງຮັບປະກັນ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການພັດທະນາ ແລະ ຂະຫຍາຍຕົວ ຕໍ່ເນື່ອງໝັ້ນທ່ຽງ. ຢ່າງໃດກໍຕາມ ສະພາແຫ່ງຊາດ ຍັງໄດ້ເນັ້ນລະບົບການ ຕິດຕາມກວດກາ ໃນຂົງເຂດການປົກຄອງ ແລະ ການຄຸ້ມຄອງ ຂອງບັນດາອົງການລັດ, ສ່ວນຜົນຂອງການ ຕິດຕາມກວດກາ ຕ້ອງໄດ້ຮັບ ການພິຈາລະນາແກ້ໄຂ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດຂຶ້ນກວ່າເກົ່າ.
ສະ ເພາະຍຸດທະສາດ ສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ ແມ່ນບັນຫາກົງຈັກ ການຈັດຕັ້ງ ແລະ ບຸກຄະລາກອນ ຈະໄດ້ຮັບການພັດທະນາ ຍົກລະດັບໃຫ້ສົມຄູ່ ກັບພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໃນການເປັນຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ. ທັງມີການປັບປຸງກົນໄກ ການເຄື່ອນໄຫວ ຂອງສະພາແຫ່ງຊາດ ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ ເທື່ອລະກ້າວ.
ແຫລ່ງຂ່າວ:ຂ່າວສານປະເທດລາວ, ພາບ : ເສດຖະກິດສັງຄົມ / 22/04/2016
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ

