ຮັບຮອງວິໄສທັດຮອດປີ 2030 ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 5 ຄັ້ງ | ເວລາ | 2026-06-28 06:43:44
ປິດກອງປະຊຸມສະພາແຫ່ງຊາດ ພ້ອມຮັບຮອງວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII
ໃນຕອນບ່າຍວັນສຸກທີ 22 ເມສາ 2016 ໄດ້ມີພິທີປິດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ຫໍສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ດຣ.ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ; ມີບັນດາຜູ້ນຳຂັ້ນສູງພັກ – ລັດ, ອະດິດການນຳຂັ້ນສູງ,ບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ປະທານກອງປະຊຸມໄດ້ກ່າວປິດກອງວ່າ: ກອງປະຊຸມຄັ້ງປະຖົມມະລືກ ສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນແຕ່ວັນທີ 20ຢ່າງເຄັ່ງຮ້ອນ ແລະ ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິໄປໄຕ, ຕະຫຼອດໄລຍະເວລາ ດຳເນີນກອງປະຊຸມ 3 ວັນຜ່ານມາ ສະມາຊິກສະພາແຫ່ງຊາດ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມທຸກສະຕິປັນຍາຄົ້ນຄວ້າ ພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາສຳຄັນຂອງຊາດ ດ້ວຍຄວາມເປັນເອກະພາບສູງ ຄື: ກອງປະຊຸມໄດ້ຮັບຟັງການລາຍງານຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີVIII ແລະ ສະມາຊິກສະພາປະຊາຊົນແຂວງ, ນະຄອນຫຼວງ ແລະ ຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII; ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ VIII; ພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງປະທານປະເທດ ແຫ່ງ ສປປ ລາວ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ບັນດາຮອງປະທານສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ.
ກອງປະຊຸມໄດ້ ໄດ້ຮັບຮອງການແຕ່ງຕັ້ງປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດຊຸດທີ VIII , ຮັບຮອງໂຄງປະກອບກົງຈັກຂອງລັດຖະບານ ແລະ ສະມາຊິກລັດຖະບານຊຸດໃໝ່ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ; ພ້ອມດຽວກັນເລືອກຕັ້ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ປະທານສານປະຊາຊົນສູງສຸດ ຖືກຕ້ອງຕາມຂັ້ນຕອນ ຂອງກົດໝາຍ ຮັບປະກັນມາດຕະຖານເງື່ອນໄຂ ແລະ ສອດຄ່ອງກັບຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນບັນດາເຜົ່າ; ພິຈາລະນາ ແລະ ຮັບຮອງເອົາວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີຄັ້ງທີ VIII(2016 – 2020), ແຜນງົບປະມານແຫ່ງລັດ 5ປີ (2016 – 2020); ພິຈາລະນາ ແລະ ຮັບຮອງບົດລາຍງານຂອງສະພາແຫ່ງຊາດກ່ຽວກັບວິໄສທັດຮອດປີ 2030 , ຍຸດທະສາດຮອດປີ 2025 ແລະ ທິດທາງແຜນການ 5 ປີຂອງສະພາແຫ່ງຊາດຊຸດທີ VIII(2016 – 2020), ແຜນການສ້າງ ແລະ ປັບປຸງກົດໝາຍ 5ປີ ຂອງສະພາແຫ່ງຊາດຊຸດທີ VIII (2016 – 2020).
ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ / 23/04/2016
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- * "ມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ" (18-22 ມັງກອນ 2016)
- * ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII
- * ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- * ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
- * ປະຫວັດແຫ່ງຄວາມເປັນມາໂດຍສັງເຂບຂອງພັກປະຊາຊົນປະຕິວັດລາວ
- * ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງພັກ
- * ຈາກກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປປ.ລາວ ສາມາດສະຫຼຸບບັນດາ ຂໍ້ຄົງຄ້າງ ອຸປະສັກ ແລະ ສິ່ງທ້າທາຍ.ຈຳນວນໜຶ່ງດັ່ງນີ້
- * ກອງປະຊຸມຄົບຄະນະບໍລິຫານສູນກາງພັກຄັ້ງທີ 10 ສະໄໝທີ X ຂອງພັກ


