...
ເອ​ກະ​ສານ ອົບ​ຮົບ​ມະ​ຕິ​ກອງ​ປະ​ຊຸ​ມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ

ຂຽນ​ໂດຍ: ຄະ​ນະ​ໂຄ​ສະ​ນາ​ອົບຮົມ​ສູນ​ກາງ​ພັກ

: 20,000LAK
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນໃນທົ່ວ ປະເທດ ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດທີ່ຍາດມາໄດ້ ໃນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໃນໄລ ຍະຜ່ານມາ; ມີຄວາມຮັບຮູ້ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ ແນວທາງການເມືອງທີ່ກຳນົດອອກ ໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແນໃສ່ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ການຈັດຕັ້ງປະ ຕິບັດຕົວຈິງ ໃຫ້ກາຍເປັນຂະບວນການອັນກວ້າງຂວາງ ຂອງມະຫາ ຊົນ, ເຮັດໃຫ້ແນວທາງການປ່ຽນແປງໃໝ່ຂອງພັກເຮົາ ສືບຕໍ່ດໍາເນີນ ໄປຢ່າງເລິກເຊິ່ງ, ຮອບດ້ານ ແລະ ມີຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ນໍາເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ.

- ສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ, ສ້າງໃຫ້ມີ ການຫັນປ່ຽນທັດສະນະຄວາມຮັບຮູ້, ແນວຄິດ ແລະ ການກະທຳສົ່ງເສີມດ້ານດີ, ແກ້ໄຂບັນຫາບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆ ທີ່ເກີດຂຶ້ນໃນການຈັດຕັ້ງປະຕິບັດແນວທາງການເມືອງທີ່ຜ່ານ ມາ, ພ້ອມກັນນັ້ນ ຍັງເປັນການສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ.

ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມ ເດັດດ່ຽວໜຽວແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ; ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ຕ້ານ ແລະ ແກ້ໄຂທັດສະນະທີ່ຜິດເຂວ, ຈຳກັດ ການເສື່ອມຖອຍທາງດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບ ແຜນດໍາລົງຊີວິດ, ຮັບປະກັນການປົກປັກຮັກສາ ແລະ ເພີ່ມທະວີ ຄວາມສາມັກຄີ ເປັນປຶກແຜ່ນພາຍໃນພັກ ແລະ ພາຍໃນສັງຄົມ ໃຫ້ ໜັກແໜ້ນຍິ່ງໆຂຶ້ນ



ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 20,000LAK
...
ລາ​ຄາ : 20,000LAK
...
ລາ​ຄາ : 20,000LAK
...
ລາ​ຄາ : 20,000LAK