ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
- ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ ໄດ້ຮັບ ຮູ້, ເຂົ້າໃຈ, ເປັນເອກະພາບ ແລະ ກຳແໜ້ນຕໍ່ເນື້ອໃນຈິດໃຈສໍາຄັນ ທີ່ເປັນພື້ນຖານຮັບປະກັນ ໃຫ້ແກ່ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໄດ້ດໍາ ເນີນໄປຢ່າງຖືກຕ້ອງ ແລະ ເປັນລະບົບ ຢູ່ໃນປະເທດເຮົາ.
-ເພື່ອສືບຕໍ່ຍົກສູງບົດບາດ ແລະ ຄວາມສາມາດນໍາພາຂອງ ພັກ, ການຄຸ້ມຄອງ-ບໍລິຫານຂອງລັດ ໃນການສ້າງການຫັນປ່ຽນທີ່ ແຂງແຮງ, ເລິກເຊິ່ງ ຕໍ່ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໃຫ້ເປັນຮູບປະທຳ ຕົວຈິງ.
- ເພື່ອສ້າງຄວາມເຂັ້ມແຮງໃຫ້ປະຊາຊົນ, ສະຖາບັນຄອບຄົວ, ຊຸມຊົນ ແລະ ບ້ານ ມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັບ ພາກລັດ, ພາກເອກະຊົນ ເພື່ອເຂົ້າຮ່ວມຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ເພື່ອຕັດສິນໃຈແກ້ໄຂບັນຫາຢ່າງຈິງຈັງ.
ເພື່ອເປັນການສຶກສາອົບຮົມ ປະຊາຊົນລາວບັນດາເຜົ່າ ທຸກ ຊັ້ນຄົນ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງພວກຄົນບໍ່ຫວັງດີ ທີ່ ສວຍໃຊ້ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ເພື່ອມ້າງຄວາມສາມັກຄີພາຍໃນປະເທດເຮົາ, ຮັບປະກັນການປົກປັກຮັກສາ ແລະ ເພີ່ມທະວີຄວາມສາມັກຄີ ເປັນ ປຶກແຜ່ນພາຍໃນສັງຄົມ ໃຫ້ໜັກແໜ້ນຍິ່ງໆຂຶ້ນ.