ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ເພື່ອເຮັດໃຫ້ເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວ ປະເທດ ຄັ້ງທີ V ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າໃນຊີວິດສັງຄົມໃຫ້ປະ ກົດຜົນເປັນຈິງ, ຄະນະໂຄສະນາອົບຮົມສູນກາງພັກ ອອກຄໍາແນະນໍານີ້:
1. ຈຸດປະສົງ-ລະດັບຄາດໝາຍ.
1. ເພື່ອໃຫ້ຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ, ຄະນະພັກ ນະຄອນຫຼວງວຽງຈັນ ແລະ ຄະນະພັກແຂວງ ໃນທົ່ວປະເທດ ຕະຫຼອດຮອດ ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃນສັງຄົມໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນ ຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢ່າງເລິກ ເຊິ່ງ. ບົນພື້ນຖານດັ່ງກ່າວ ເພື່ອຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນ ເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ.
2. ເພື່ອສ້າງກໍາລັງແຮງ ແຫ່ງຄວາມເປັນເອກະພາບດ້ານການເມືອງ, ແນວຄິດ ແລະ ກຳລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັບປະກັນໃຫ້ປະ ເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງ ແລະ ຄວາມ ສະຫງົບສຸກໃນສັງຄົມ, ເສດຖະກິດສືບຕໍ່ໄດ້ຮັບການພັດທະນາ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນບັນດາເຜົ່າ ນັບມື້ນັບດີຂຶ້ນ, ບົດບາດອິດທິພົນຂອງ ຊາດ ໄດ້ພົ້ນເດັ່ນຂຶ້ນໃນເວທີສາກົນ.
3. ເພື່ອໃຫ້ຄະນະພັກແຕ່ລະຂັ້ນ, ຜູ້ນໍາພາແຕ່ລະບ່ອນຕ້ອງຍົກສູງ ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວວຽກງານ ການເມືອງ-ແນວຄິດ ຢູ່ໃນທ່າບຸກ ໂດຍຫັນເອົາເນື້ອໃນຂອງກອງປະຊຸມ ແລະ ຄວາມເຫັນຊີ້ນໍາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ໃຫ້ເປັນນິຕິ ກຳລະອຽດ ແລະ ເປັນແຜນການເຄື່ອນໄຫວຕົວຈິງ ໃນການໂຄສະນາສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ປະຊຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິ່ງ.