ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອເປັນການສຶກສາອົບຮົມການເມືອງ - ແນວຄິດ ໃຫ້ແກ່ພະນັກ ງານບ ຳນານໄດ້ຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນລະບົບກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດໃນແຕ່ລະໄລຍະ.
ໂດຍປະຕິບັດຕາມທິດຊີ້ນ ຳຂອງຄະນະໂຄສະນາອົບ ຮົມສູນກາງພັກ ກົມອົບຮົມໄດ້ສ້າງເອກະສານສຶກສາອົບຮົມ ພະນັກງານບ ຳນານນີ້ຂຶ້ນ ເພື່ອເປັນບ່ອນອີງ ແລະ ເປັນເອກະ ສານຄູ່ມື ໃຫ້ແກ່ພະນັກງານບ ຳນານໃນການຄົ້ນຄ້ວາ, ເຊື່ອມ ຊຶມ ແລະ ເປັນບ່ອນອີງໃນການເຄື່ອນໄຫວ ສຶກສາອົບຮົມ ການເມືອງ - ແນວຄິດໃຫ້ແກ່ລູກຫລານໃນຄອບຄົວ, ຢູ່ບ້ານ ແລະ ສັງຄົມ.
ພວກເຮົາຫວັງຢ່າງຍິ່ງວ່າ ປື້ມເຫລັ້ມນີ້ຈະເປັນຜົນປະ ໂຫຍດບໍ່ຫລາຍກໍ່ຫນ້ອຍໃຫ້ແກ່ການຄົ້ນຄ້ວາ, ສຶກສາຂອງ ທ່ານຜູ້ອ່ານ, ແຕ່ພວກເຮົາກໍ່ບໍ່ສາມາດຫລີກລ້ຽງໄດ້ຂໍ້ຂາດຕົກ ບົກຜ່ອງ ແລະ ບໍ່ສາມາດຕອບສະຫນອງໄດ້ຫມົດຕາມຄວາມຮຽກຮ້ອງຕ້ອງການຂອງທ່ານຜູ້ອ່ານທັງຫລາຍ, ຫວັງຢ່າງຍິ່ງ ວ່າຈະໄດ້ຮັບການຕ ຳນິຕິຊົມ ແລະ ປະກອບຄ ຳຄິດຄ ຳເຫັນ ຈາກທ່ານຜູ້ອ່ານເພື່ອພວກເຮົາຈະໄດ້ປັບປຸງ, ດັດແປງໃນຂັ້ນ ຕໍ່ໄປ.